ສາມໜ່ວຍພັກທີ່ຂຶ້ນກັບຮາກຖານພັກພະແນກ ຊສ ແຂວງ ທາບທາມບຸກຄະລາກອນເປັນເລຂາໜ່ວຍພັກ, ຮອງເລຂາ ແລະ ກຳມະການໜ່ວຍພັກ.
ວັນທີ 2 ກັນຍາ 2021 ນີ້. ຢູ່ທີ່ຫ້ອງປະຊຸມຂອງພະແນກ ຊສ ແຂວງ ໄດ້ຈັດພິທີທາມບຸກຄະລາກອນເປັນເລຂາໜ່ວຍພັກ, ຮອງເລຂາ ແລະ ກຳມະການໜ່ວຍພັກ ທີ່ຂຶ້ນກັບຮາກຖານພັກພະແນກ ຊສແຂວງ. ໂດຍພການເປັນປະທານຂອງສະຫາຍ ຫັດສະໄໜ ສີບຸນເຫຼືອງ, ກຳມະການພັກແຂວງ, ເລຂາພັກຮາກຖານ, ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ. ປະກອບມີບັນດາສະຫາຍໃນຄະນະພັກຮາກຖານ, ເລຂາ-ຮອງເລຂາໜ່ວຍພັກ ແຂກຖືນເຊີນ ຕະຫຼອດຮອດບັນດາສະຫາຍໃນຮາກຖານພັກພະແນກ ຊສ ແຂວງເຂົ້າຮ່ວມ.
ປະຊາຊົນບ້ານຄຳວົງສາ ເມືອງພູວົງ ໄດ້ຮັບໃບຕາດິນຖາວອນ
ວັນທີ 2 ກັນຍາ 2021 ນີ້, ທີ່ຫ້ອງການປົກຄອງບ້ານຄຳວົງສາ, ເມືອງພູວົງ, ແຂວງອັດຕະປື ໄດ້ຈັດພິທີມອບ-ຮັບໃບຕາດິນຖາວອນ ໃຫ້ແກ່ປະຊາຊົນບ້ານຄໍາວົງສາ, ເມືອງພູວົງ, ແຂວງອັດຕະປື ຢ່າງເປັນທາງການ ໂດຍການເປັນ ປະທານພິທີຂອງທ່ານ ໄຊພອນ ໄຊສະຫວ່າງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ ຊສເມືອງ. ໃນນັ້ນ ຍັງມີທ່ານ ບຸນທັນ ອັດຕະວົງ, ກຳມະການພັກເມືອງ, ເລຂາຄະນະພັກຮາກຖານ-ນາຍບ້ານຄຳວົງສາ ພ້ອມຄະນະ, ຮອງຫົວໜ້າຫ້ອງການ, ວິຊາການ ຊສເມືອງ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ ທັງໝົດ 87 ທ່ານ ຍິງ 47 ທ່ານ.
ປະຊາຊົນບ້ານວຽງໄຊ ເມືອງພູວົງ ແຂວງອັດຕະປື ໄດ້ຮັບໃບຕາດິນຖາວອນ
ວັນທີ 27 ສິງຫາ 2021ນີ້. ຢູ່ທີ່ຫ້ອງການປົກຄອງບ້ານວຽງໄຊ ເມືອງພູວົງ ແຂວງອັດຕະປື ໄດ້ຈັດພິທີມອບ - ຮັບໃບຕາດິນຖາວອນ ໃຫ້ແກ່ປະຊາຊົນ ບ້ານວຽງໄຊ ຢ່າງເປັນທາງການ; ໂດຍການເປັນກຽດເຂົ້າຮ່ວມໃນພິທີຂອງທ່ານ ຄຳກ້ອນ ດວງສົມປານ ຫົວໜ້າການເມືອງກອງບັນຊາການທະຫານເມືອງ ຜູ້ຊີ້ນຳຈຸດສຸມວຽງໄຊ , ທ່ານ ຄໍາສິງ ພົງສະຫວັດ ຮອງຫົວໜ້າພະແນກ ຊສ ແຂວງ, ມີຂະແໜງທີ່ດິນ ພະແນກ ຊສ ແຂວງ, ຄະນະຫ້ອງການ ຊສ ເມືອງ ພ້ອມດ້ວຍອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ.
Read more: ປະຊາຊົນບ້ານວຽງໄຊ ເມືອງພູວົງ ແຂວງອັດຕະປື ໄດ້ຮັບໃບຕາດິນຖາວອນ
ຫ້ອງການ ຊສ ເມືອງໄຊເສດຖາ ປະກາດການຈັດຕັ້ງບັນດາຫົວໜ້າໜ່ວຍງານ ແລະຮອງຫົວໜ້າໜ່ວຍງານ
ກອງປະຊຸມປຶກສາຫາລື ກ່ຽວກັບບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ ແລະ ທຳມະຊາດ (ESIA) ຂັ້ນແຂວງ ແລະ ຂັ້ນສູນກາງ ຂອງໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຄຳ ຢູ່ເຂດວັງຕັດ, ເມືອງຊານໄຊ, ແຂວງອັດຕະປື.
ວັນທີ 27 ສິງຫາ 2021 ນີ້ ຢູ່ທີ່ຫ້ອງປະຊຸມຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງອັດຕະປື ໄດ້ຈັດກອງປະຊຸມວີດີໂອທາງໄກ ເພື່ອປຶກສາຫາລືກ່ຽວກັບການເມີນຜົນກະທົບດ້ານສິ່ງແວດລ້ອມສັງຄົມ ແລະ ທຳມະຊາດ (ESIA) ຂັ້ນແຂວງ ແລະ ຂັ້ນສູນກາງ ໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຄຳ ຢູ່ເຂດວັງຕັດ, ເມືອງຊານໄຊ, ແຂວງອັດຕະປື ໃນເນື້ອທີ່ 18 ຕາຕະລາງກິໂລແມັດ ຂອງບໍລິສັດ ວັງຕັດຂຸດຄົ້ນບໍ່ແຮ່ ຈຳກັດ. ໂດຍການເປັນປະທານຮ່ວມຂອງທ່ານ ພູວົງ ຫຼວງໄຊຊະນະ, ຮອງລັດຖະມົນຕີກະຊວງຊັພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ແລະ ທ່ານ ທະນູໄຊ ບັນຊາລິດ, ຮອງເຈົ້າແຂວງ-ແຂວງອັດຕະປື. ປະກອບມີບັນດາທ່ານຈາກກົມສິ່ງແວດລ້ອມ, ກົມຄວບຄຸມມົນລະພິດ, ບໍລິສັດ ວັງຕັດຂຸດຄົ້ນບໍ່ແຮ່ ຈຳກັດ, ພະແນກແຮາງງານ ແລະ ສະ ຫວັດດີການສັງຄົມແຂວງ, ອົງການແນວລາວສ້າງຊາດແຂວງ, ສະພາປະຊາຊົນແຂວງ, ພະແນກ ຊສແຂວງ, ພະແນກສາທາລະນະສຸກແຂວງ, ພະແນກພະລັງງານ ແລະ ບໍແຮ່ແຂວງ, ພະແນກກະສິກຳ ແລະ ປ່າໄມ້ແຂວງ, ອຳນາດການປົກຄອງເມືອງຊານໄຊ ພ້ອມດ້ວຍພະນັກງານວິຊາການ ແລະ ອຳນາດການປົກຄອງບ້ານ ເຂດຈຸດສຸມວັງຕັດເຂົ້າຮ່ວມ.
Page 4 of 5
Latest Articles
- ປິດຊຸດຝຶກອົບຮົມວຽກງານຂຶ້ນທະບຽນອອກໃນຕາດິນໃຫ້ 5 ແຂວງ
- ພະແນກ ຊສ ອຂວງຈັດກອງປະຊຸມເຜີຍແຜ່ຂໍ້ຕົກລົງ ແລະ ຄູ່ມືການຕິດຕາມກວດກາຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມໃຫ້ແກ່ພະນັກງານທີ່ປະຕິບັດວຽກງານດັ່ງກ່າວ
- ພະແນກ ຊສ ແຂວງຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຮອບດ້ານປະຈຳປີ 2021 ແລະທິດທາງແຜນການປີ 2022
- ພະແນກ ຊສແຂວງ ຈັດເຝິກອົບຮົມວຽກງານຂຶ້ນທະບຽນອອກໃບຕາດິນ ທົ່ວເມືອງສາມັກຄີໄຊ.
- ພະແນກ ຊສ ແຂວງ ຈັດກອງປະຊຸມຝຶກອົບຮົມການຳໃຊ້ລະບົບຖານຂໍ້ມູນ LCIS ແລະການຂຶ້ນບັນຊີ ແລະການປະເມີນຄຸນນະພາບການໂຄງການເຊົ່າສຳປະທານທີ່ດິນລັດ